(ພິທີປະກາດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກ
ຄະນະໂຄສະນາອົບຮົມແຂວງ)
ໂດຍຈັດຕັ້ງປະຕິບັດຕາມຄໍາສັ່ງຂອງກົມການເມືອງສູນກງພັກສະບັບເລກທີ 01/ກມສພ, ລົງວັນທີ 03 ມັງກອນ2018,ແຈ້ງການແນະນໍາຂອງຄະນະຈັດຕັ້ງສູນກາງພັກສະບັບເລກທີ291/ຄຈສພ, ລົງວັນທີ 26 ເມສາ 2018 ແລະ ມະຕິຕົກລົງຂອງຄະນະປະຈໍາພັກສະບັບເລກທີ008/ຄພຊບ, ລົງວັນທີ 12 ມີນາ 2020 ວ່າດ້ວຍການຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງ ຄະນະໂຄສະນາອົບຮົມແຂວງ ໃນພິທີປະກາດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງນີ້ ໄດ້ໄຂຂຶ້ນວັນທີ 2 ກຸມພາ 2021
ຢູ່ທີ່ຫ້ອງປະຊຸມສານປະຊາຊົນແຂວງໄຊສົມບູນຢ່າງເປັນທາງການ, ພາຍໃຕ້ການເປັນປະທານ ຂອງສະຫາຍ ຮືທໍ່ ເພຍຫຼວງ, ກໍາມະການພັກແຂວງ, ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊສົມບູນ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ທອງວັນ ທໍາມະວົງ, ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງໄຊສົມບູນ ກໍ່ເປັນກຽດເຂົ້າຮ່ວມ, ມີຜູ້ຕາງໜ້າໜ່ວຍພັກກຸ່ມການເມືອງ ແລະ ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມລວມທັງໝົດ 16 ສະຫາຍ, ຍິງ3 ສະຫາຍ.
ຈາກນັ້ນ, ສະຫາຍໄດ້ຮຽກຮ້ອງໃຫ້: ຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນຕ້ອງຄົ້ນຄ້ວາ, ເຊື່ອມຊຶມກໍາແໜ້ນຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 03 ມັງກອນ2018,ແຈ້ງການແນະນໍາຂອງຄະນະຈັດຕັ້ງສູນກາງພັກສະບັບເລກທີ291/ຄຈສພ, ລົງວັນທີ 26 ເມສາ 2018 ແລະ ມະຕິຕົກລົງຂອງຄະນະປະຈໍາສັບເລກທີ008/ຄພຊບ, ລົງວັນທີ 12 ມີນາ 2020 ວ່າດ້ວຍການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນ ໃຫ້ເລິກເຊີ່ງເຖີງຖອງ ແລະ ເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຄະນະໜ່ວຍພັກ, ສະມາຊິກພັກສູງກ່ວາເກົ່າ ທຸກສະຫາຍຕ້ອງເປັນເຈົ້າການເຊື່ອມຊຶມ, ຈັດຕັ້ງປະຕິບັດແຜນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນສະບັບນີ້ໃຫ້ເກີດດອກອອກຜົນຕົວຈິງ ແລະ ສະມາຊິກພັກຕ້ອງຍົກສູງຄວາມຮັບຜິດຊອບ ໃນການຝືກຝົນຫຼໍ່ຫຼອມຕົນເອງ ເພື່ອກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ໄດ້ຮັບຄຸນນະພາບ.
ທັງນີ້ກໍ່ເພື່ອແນ່ໃສ່ເຮັດໃຫ້ສະມາຊິກ, ພະນັກງານ-ລັດຖະກອນໜ່ວຍພັກ ຂອງຄະນະໂຄສະນາອົບຮົມແຂວງ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ແລະ ໄດ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ໃນພິທີໄດ້ດໍາເນີນເປັນເວລາ 1 ຕອນ ແລະ ໄດ້ອັດລົງຢູ່ສະຖານທີ່ດັ່ງກ່າວຢ່າງຈົບງາມ.
ມີ 2 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 32 |
![]() | ມື້ວານນີ້ | 56 |
![]() | ອາທິດນີ້ | 275 |
![]() | ເດືອນນີ້ | 173 |