ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ 4 ບ້ານ ເທດສະບານເມືອງອະນຸວົງ ແຂວງໄຊສົມບູນ ຂຶ້ນໃນຕອນເຊົ້າຂອງວັນທີ 9 ສິງຫາ 2022 ນີ້ ຢູ່ທີ່ຫ້ອງປະຊຸມຂອງພະແນກສຶກສາທິການ ແລະ ກິລາ ແຂວງ ໂດຍການເປັນປະທານຂອງທ່ານ ພົຕ ວົງສອນ ອິນປານພິມ ຮອງເລຂາພັກແຂວງ, ທ່ານ ຮືທໍ່ ເພຍຫລວງ ຄະນະປະຈຳພັກເມືອງ, ເຈົ້າເມືອງ ເມືອງອະນຸວົງ, ທ່ານ ຄົວຈັ້ງ ດຣາເຊັ້ງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ຈອງ ສົ່ງຫລື ຫົວໜ້າຄະນະໂຄສະນາອົບຮົມເມືອງອະນຸວົງ ພ້ອມດ້ວຍເລຂາພັກບ້ານ 4 ບ້ານຄື: ບ້ານພູຫົວຊ້າງ, ບ້ານຜາສະຫງົບ, ບ້ານທົ່ງຮັກ, ບ້ານທົ່ງຄູນ ຕະຫລອດຮອດເຖົ້າແກ່ແນວໂຮມ, ປະທານແມ່ຍິງບ້ານ ເຂົ້າຮ່ວມທັງໝົດ 89 ທ່ານ, ຍິງ 22 ທ່ານ.
ໃນວາລະກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ເອກະສານສຶກສາອົບຮົມການເມືອງ-ແນວຄິດ ຈາກທ່ານ ຮືທໍ່ ເພຍຫລວງ ເຈົ້າເມືອງ ເມືອງອະນຸວົງ ແລະ ທ່ານ ຄົວຈັ້ງ ດຣາເຊັ້ງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຊຶ່ງໄດ້ເຜີຍແຜ່ເອກະສານກ່ຽວກັບ ຊາດລາວ, ຄົນລາວ ແລະ ມູນເຊື້ອອັນດີງາມຂອງປະຊາຊົນລາວບັນດາເຜົ່າ ເວົ້າເຖິງປະຫວັດຫຍໍ້ຂອງຊາດລາວ, ມູນເຊື້ອຮັກຊາດ, ມູນເຊື້ອສາມັກຄີປອງດອງເປັນເອກະພາບກັນ, ວິທີການເສີມຂະຫຍາຍມູນເຊື້ອຂອງຊາດລາວ; ສັງຄົມສາມັກຄີປອງດອງແມ່ນບໍ່ເກີດແຫ່ງກຳລັງແຮງຂອງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຈະຮັບຮູ້ເຖິງ ເນື້ອໃນ, ຄວາມໝາຍ, ທິດທາງ ແລະ ວິທີການ; ຍົກສູງຄວາມສາມາດນຳພາຂອງໜ່ວຍພັກບ້ານ, ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເວົ້າເຖິງການສ້າງຕັ້ງພັກປະຊາຊົນປະຕິວັດລາວ, ອຸດົມການ, ຜົນງານໃຫຍ່ຂອງພັກປະຊາຊົນປະຕິວັດລາວ, ລະບົບການຈັດຕັ້ງນຳພາຂອງພັກ; ມະຕິວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ເວົ້າເຖິງດ້ານດີ ແລະ ຜົນສໍາເລັດຂອງວຽງານການເມືອງ-ແນວຄິດ, ທັດສະນະພື້ນຖານຂອງພັກ; ມະຕິວ່າດ້ວຍການເພີ່ມທະວີການນຳພາຂອງພັກຕໍ່ວຽກງານວັດທະນະທຳໃນໄລຍະໃໝ່ ຮັບຮູ້ກ່ຽວກັບສະພາບວຽກງານວັດທະນະທຳໃນໄລຍະຜ່ານມາ, ທິດທາງລວມ, ຄາດໝາຍສູ້ຊົນ, ຄຳສັ່ງວ່າດ້ວຍການເພີ່ມທະວີການນຳພາຊີ້ນຳຂອງຄະນະພັກ ແຕ່ລະຂັ້ນໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ເຜີຍແຜ່ຄຳສັ່ງ ວ່າດ້ວຍເພີ່ມທະວີການນຳພາ-ຊີ້ນຳຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ.
ໃນໂອກາດນີ້ ປະທານ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ຊຶ່ງທ່ານສະເໜີໃຫ້ອົງການປົກຄອງບ້ານຍົກສູງພາລະບົດບາດ ໃນການຈັດຕັ້ງປະຕິບັດຕໍ່ວຽກງານຕ່າງໆ, ພ້ອມກັນເອົາໃຈໃສ່ເຜີຍແຜ່, ໂຄສະນາ, ສຶກສາອົບຮົມ ພາຍໃນບ້ານທີ່ຕົນຮັບຜິດຊອບ, ນຳເອົາເນື້ອໃນ ຈິດໃຈກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ ເຊື່ອມຊຶມ, ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ພາຍໃນ 4 ບ້ານເທດສະບານ ໃຫ້ມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງເຖິງຖອງ, ເສີມຂະຫຍາຍມູນເຊື້ອຮັກຊາດ, ຮັກບ້ານເກີດເມືອງນອນ, ສ້າງສາພັດທະນາໃຫ້ຈະເລີນຮັ່ງມີສີວີໄລ.
-------@@@----------
ຂຽນໂດຍ: ສິດນ້ອຍ ນາມມີໄຊ
ມີ 2 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 30 |
![]() | ມື້ວານນີ້ | 56 |
![]() | ອາທິດນີ້ | 273 |
![]() | ເດືອນນີ້ | 171 |