ໃນຕອນເຊົ້າຂອງວັນທີ 16 ສິງຫາ 2022 ຢູ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງໄຊສົມບູນໄດ້ຈັດກອງປະຊຸມເຊື່ອມຊຶມແຈ້ງການ, ກົດໝາຍວ່າດ້ວຍລັດຖະກອນ ຕາມການແນະນໍາຂອງກະຊວງພາຍໃນວ່າດ້ວຍ ການຈັດຕັ້ງປະຕິບັດ ກົດໝາຍພະນັກງານ-ລັດຖະກອນ ໂດຍການເປັນປະທານຂອງທ່ານ ຄົວຈັ້ງ ດຣາເຊັ້ງ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີທ່ານ ຢ່າຊົ່ງວ່າ ຢົງມາ, ທ່ານ ຊົງ ໄຊຮົ່ວ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. ພ້ອມດ້ວຍຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ພະນັກງານຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມທັງໝົດ 14 ທ່ານ, ຍິງ 2 ທ່ານ. ຈາກນັ້ນ ທ່ານ ຄົວຈັ້ງ ດຣາເຊັ້ງ ໄດ້ຜ່ານກົດໝາຍວ່າດ້ວຍລັດຖະກອນ ແລະ ແຈ້ງການແນະນໍາຂອງກະຊວງພາຍໃນໃຫ້ຮັບຮູ້, ເຂົ້າໃຈກ່ຽວກັບເນື້ອໃນຂອງນິຕິກໍາດັ່ງກ່າວ ເພື່ອນໍາໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານໃຫ້ມີປະສິດທິພາບສູງ.
----@@----
ຂຽນໂດຍ: ສິດນ້ອບ ນາມມີໄຊ
ມີ 5 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 31 |
![]() | ມື້ວານນີ້ | 56 |
![]() | ອາທິດນີ້ | 274 |
![]() | ເດືອນນີ້ | 172 |