- ລາຍລະອຽດ
-
ສ້າງຂື້ນເມື່ອ ວັນຈັນ, 28 ພະຈິກ 2022 07:44
-
ຂຽນໂດຍ ສິດນ້ອຍ ນາມມີໄຊ



ພິທີປາຖະກະຖາເລົ່າມູນເຊື້ອ ວັນຊາດທີ 2 ທັນວາ ຄົບຮອບ 47 ປີ ( 2 ທັນວາ 1975-2 ທັນວາ 2022) ແລະ ວັນຄ້າຍວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 102 ປີ ( 13 ທັນວາ 1920-13 ທັນວາ 2022 ) ຢູ່ແຂວງ ໄຊສົມບູນ ໄດ້ຈັດຂຶ້ນໃນວັນທີ 25 ພະຈິກ 2022 ນີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເຂົ້າຮ່ວມ ແລະ ປາຖະກະຖາຂອງສະຫາຍ ພອຍຄໍາ ຮຸງບຸນຍວງ, ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ, ມີຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກການ, ຫົວໜ້າຂະແໜງ-ຮອງຂະ ແໜງ ພາຍໃນອົງການ-ກົມກອງ ອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 119 ທ່ານ, ຍິງ 26 ທ່ານ.
-
ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຟັ້ງການປາຖະກະຖາວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 102 ປີ ( ວັນທີ 13 ທັນວາ 1920-13 ທັນວາ 2022 ຈາກສະຫາຍ ພົຕ ວົງສອນ ອິນປານພິມ, ຮອງເລຂາພັກແຂວງ ເຊິ່ງສະຫາຍ ໄດ້ໃຫ້ ຮູ້ວ່າ ປະທານໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ແມ່ນ ນັກປະຫວັດຜູ້ດີເລີດ, ເພີ່ນເປັນຜູ້ນໍາສູງສຸດຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ, ມີຄວາມສະຫຼາດຫຼັກ ແຫຼມ, ມີໄຫວພິບອັນແຫຼມຄົມ ແລະ ມີນໍ້າໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ, ເປັນຜູ້ນໍາທີ່ແສນເຄົາລົບຮັກຂອງພັກ-ລັດ ແລະ ປະຊາ ຊົນ, ເປັນວິລະບຸລຸດຂອງຊາດລາວເຮົາ ເຊິ່ງເພີ່ນໄດ້ເຂົ້າຮ່ວມຂະບວນການປະຕິວັດໂດຍການຊີ້ນໍາ-ນໍາພາໂດຍກົງ ການຈັດ ຕັ້ງຕໍ່ສູ້ຂອງປະຊາຊົນ ເລີ່ມຈາກການທວງເອົາສິດເສລິພາບ, ຄວາມເປັນທໍາກ້າວໄປເຖິງການຕໍ່ສູ້ຍາດຂ່າວຍາດເອົາເອກະລາດມາໃຫ້ປະຊາຊົນລາວທັງຊາດ.
-
ໃນໂອກາດທີ່ມີຄວາມໝາຍ-ຄວາມສໍາຄັນນີ້ສະຫາຍ ພອຍຄໍາ ຮຸງບຸນຍວງ ໄດ້ເລົ່າຄື່ນມູນເຊື້ອປະຫວັດຄວາມເປັນມາ ຂອງວັນຊາດທີ 2 ທັນວາ ຄົບຮອບ 47 ປີ ( 2 ທັນວາ 1975 – 2 ທັນວາ 2022) ເຊິ່ງຊາດລາວເຮົາແມ່ນຊາດ ໜຶ່ງ ທີ່ມີປະຫວັດສາດອັນຍາວນານຫຼາຍພັນປີ, ມີມູນເຊື້ອທີ່ສະຫງ່າອົງອາດແຫ່ງການຕໍ່ສູ້ຕ້ານການຮຸກຮານຂອງສັດຕູ ແລະ ສ້າງສາພັດທະນາ ໂດຍສືບທອດມູນເຊື້ອອັນອົງອາດຂອງບັນພະບູລຸດ, ປະຊາຊົນລາວບັນດາເຜົ່າ ພາຍໃຕ້ ການນໍາພາຂອງພັກ ປະຊາຊົນປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານ ແລະ ການຄອບຄອງ ຂອງພວກຈັກ ກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ສາມາດປົດປ່ອຍປະເທດຊາດ ຢ່າງມີໄຊ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍໃນທີ 2 ທັນວ່າ 1975.