ຄໍ່ານັບຕ້ອນຮັບມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ 11 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ 1 ຂອງແຂວງ                          ຊົມເຊີຍວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ  ຄົບຮອບ 67 ປີ                           

  • ຄະນະໂຄສະນາອົບຮົມແຂວງ ເຂົ້າອວຍພອນກອ
  • ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI
  • ຄະນະໂຄສະນາອົບຮົມແຂວງໄຊສົມບູນ ໄດ້ຂໍ
  • ພິທີເປີດຂະບວນຈັດຕັ້ງປະຕິບັດຂໍ້ແຂ່
  • ພິທີປະກາດແຜນການກໍ່ສ້າງໜ່ວຍພັກປອດໃ
  • ຄະນະໂຄສະນາແຂວງປະເມີນ ລັດຖະກອນ
ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ແຂວງ.

ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ແຂວງ.

22-23/4/2021 ແຂວງໄຊສົມບູນ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ...
ຄະນະໂຄສະນາອົບຮົມແຂວງໄຊສົມບູນ ໄດ້ຂໍ່ານັບຮັບຕ້ອນຮັບ ທ່ານ ປອ.ຄໍາພັນ ພົມມະທັດ.

ຄະນະໂຄສະນາອົບຮົມແຂວງໄຊສົມບູນ ໄດ້ຂໍ່ານັບຮັບຕ້ອນຮັບ ທ່ານ ປອ.ຄໍາພັນ ພົມມະທັດ.

ໃນວັນທີ 11/9/2020 ນີ້ຢູ່ທີ່ຫ້ອງການຄະນະໂຄສະນາອົບຮົມແຂວງໄຊສົມບູນ ໄດ້ຂໍ່ານັບຮັບຕ້ອນຮັບ ທ່ານ ປ...
ພິທີເປີດຂະບວນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ  ຂອງກໍາມະບານ ແລະ ໜ່ວຍຊາວໜຸ່ມ 4 ບຸກ

ພິທີເປີດຂະບວນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງກໍາມະບານ ແລະ ໜ່ວຍຊາວໜຸ່ມ 4 ບຸກ

(ພິທີເປີດຂະບວນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ  ຂອງກໍາມະບານ ແລະ ໜ່ວຍຊາວໜຸ່ມ 4 ບຸກ...
ພິທີປະກາດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ

ພິທີປະກາດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ

(ພິທີປະກາດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກ ຄະນະໂຄສະນາອົບຮົມແຂ...
ຄະນະໂຄສະນາແຂວງປະເມີນ ລັດຖະກອນ

ຄະນະໂຄສະນາແຂວງປະເມີນ ລັດຖະກອນ

ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ປະເມີນຜົນການຈັດຕັ້ງປະຕິບັດ ວຽກງານພະນັກງານ-ລັດຖະກອນ ຜູ້ທີ່ຈະສະເໜີແຕ່...
Previous
Next

ຄະນະໂຄສະນາອົບຮົມແຂວງ ເຂົ້າອວຍພອນກອງບັນຊາການທະຫານແຂວງໄຊສົມບູນ ແລະ ກອງພັນໃຫຍ່ 101

ໃນຕອນເຊົ້າຂອງວັນທີ 20 ມັງກອນ 2023 ທີ່ຜ່ານມາ ຄະນະໂຄສະນາອົບຮົມແຂວງໄຊສົມບູນ ໄດ້ເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ ແລະ ກອງພັນໃຫຍ່ 101 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບຄົບຮອບ 74 ປີ.

______________@______________

     ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ທີ່ໄດ້ໝູນວຽນມາຄົບຮອບ 74 ປີ (ວັນທີ 20 ມັງກອນ1949 - 20 ມັງກອນ 2023) ດັ່ງນັ້ນ ເພື່ອເປັນການເຊີດຊູເຖິງຜົນງານ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ເວົ້າສະເພາະກໍ່ຄື ກອງບັນຊາການທະຫານ ແຂວງໄຊສົມບູນ ແລະ ກອງພັນໃຫຍ່ 101 ທີ່ເຮັດໜ້າທີ່ອັນສໍາຄັນ ແລະ ຍິ່ງໃຫຍ່ຂອງຊາດ, ຂອງພັກ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄື ແຂວງໄຊສົມບູນ ໃຫ້ມີຄວາມສະຫງົບ, ມີຄວາມປອດໄພ ແລະ ປະຊາຊົນມີການທໍາມາຫາກິນ, ຢູ່ດີກິນດີ. ໃນຕອນບ່າຍຂອງວັນທີ 20 ມັງກອນ 2023 ນີ້ ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ພ້ອມດ້ວຍຄະນະ ຊຶ່ງນໍາໂດຍສະຫາຍ ຄົວຈັ້ງ ດຣາເຊັ້ງ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ ແລະ ກອງພັນໃຫຍ່ 101 ໂດຍໃຫ້ກຽດຕ້ອນຮັບຂອງ ສະຫາຍ ພົຈວ ຄຳອິ້ງ ກິ່ງແກ້ວ ຫົວໜ້າການທະຫານກອງບັນຊາການທະຫານ ແຂວງໄຊສົມບູນ ແລະ ສະຫາຍ ພັອ ບຸນຂຸ້ມ ສີຄຳໄຊ ເລຂາຄະນະພັກຫົວໜ້າການເມືອງ ກອງພັນໃຫຍ່ 101 ພ້ອມດ້ວຍຄະນະ.

     ໃນການອວຍພອນສະຫາຍ ສະຫາຍ ຄົວຈັ້ງ ດຣາເຊັ້ງ ໄດ້ກ່າວອວຍພອນໄຊໃຫ້ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ ແລະ ກອງພັນໃຫຍ່ 101 ຜ່ານໄປຍັງພະນັກງານ ນັກຮົບທຸກສະຫາຍ ຈົ່ງມີສຸຂະພາບແຂງແຮງ,ມີພາລານະໄມສົມບູນ,ມີຄວາມສຸກສ່ວນຕົວ ແລະ ຄອບຄົວ ຊີ້ນໍາ-ນໍາພາກອງບັນຊາການທະຫານແຂວງ ແລະ ກອງພັນໃຫຍ່ 101ໃຫ້ເຕີບໃຫຍ່ ແລະ ເຂັ້ມແຂງຂື້ນຢ່າງບໍ່ຢຸດຢັ້ງ ຈາກນັ້ນທາງ ຄະນະໂຄສະນາອົບຮົມແຂວງ ຍັງມອບກະຕ່າຂອງຂວັນເພື່ອເປັນກໍາລັງໃຈໃຫ້ກັບຄະນະພັກ-ຄະນະກອງບັນຊາການທະຫານແຂວງ ແລະ ກອງພັນໃຫຍ່ 101 ນໍາອີກ. ພ້ອມດຽວກັນທາງຄະນະພັກ-ຄະນະກອງບັນຊາການທະຫານແຂວງ ແລະ ກອງພັນໃຫຍ່ 101 ໄດ້ສະແດງຄວາມຂອບໃຈຕໍ່ກັບ ຄະນະໂຄສະນາອົບຮົມແຂວງ ທີ່ໄດ້ມາອວຍພອນໃນຄັ້ງນີ້ ແລະ ໄດ້ອວຍພອນ ເນື່ອງໃນໂອກາດວັນປີໃໝ່ 2023 ໃຫ້ທາງ ຄະນະໂຄສະນາອົບຮົມແຂວງ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າທົ່ວ ແຂວງໄຊສົມບູນ ອີກດ້ວຍ.

-----@@@@------

ຂຽນໂດຍ: ສິດນ້ອຍ ນາມມີໄຊ

ເອກະສານສຳຄັນຕ່າງໆ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169
ໜ່ວຍກູ້ໄພ:    1623

ຈຳນວນຄົນອອນໄລ໌ທ

ມີ 5  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

123494
ມື້ນີ້ມື້ນີ້22
ມື້ວານນີ້ມື້ວານນີ້43
ອາທິດນີ້ອາທິດນີ້136
ເດືອນນີ້ເດືອນນີ້1085

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ສາລະໜ້າຮູ້